leftcenterrightdel
ທ່ານ ຫວໍ້ວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງຕ້ອນຮັບທ່ານ Carlos Marsan, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫວໍ້ວັນເຖືອງ ຢັ້ງຢືນເຖິງການສະໜັບສະໜູນ, ຄວາມສາມັກຄີສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ສໍາລັບພາລະກິດຕໍ່ສູ້ອັນເປັນທໍາຂອງປະຊາຊົນກູບາ ອ້າຍນ້ອງ; ສະເໜີສອງພັກຕັ້ງໜ້າກະກຽມໃຫ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໃນປີ 2018, ພິເສດແມ່ນການເຄື່ອນໄຫວ ສະເຫຼີມສະຫຼອງ 45 ປີແຫ່ງການຢ້ຽມຢາມປະຫວັດສາດຂອງການນໍາ Fidel Castro ລົງເຂດປົດປ່ອຍພາກໃຕ້ຫວຽດນາມ  (9-1973/9-2018).

ທ່ານ Carlos Marsan ຂອບໃຈການສະໜັບສະໜູນ, ຄວາມສາມັກຄີສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ກູບາ, ເນັ້ນໜັກຄວາມຕັດສິນໃຈເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງສອງພັກ ແລະປະຊາຊົນສອງປະເທດກູບາ-ຫວຽດນາມ; ແຈ້ງໃຫ້ທ່ານ ຫວໍ້ວັນເຖືອງ ຮັບຊາບບາງຈຸດຕົ້ນຕໍກ່ຽວກັບສະພາບຂອງກູບາ ໃນໄລຍະມໍໍ່ໆມານີ້.

ຕອນບ່າຍວັນດຽວກັນ, ທ່ານ ດົນຕ໋ວນຟອງ, ຮອງປະທານທັງເປັນເລຂາທິການໃຫຍ່ຮັບຜິດຊອບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ມີການຕ້ອນຮັບທ່ານ Carlos Marsan ແລະຄະນະຜູ້ແທນພັກກອມມູນິດກູບາ.

ທ່ານ ດົນຕ໋ວນຟອງ ຢັ້ງຢືນວ່າ ໃນໄລຍະຜ່ານມາ, VUFO ຍາມໃດກໍ່ເອກອ້າງທະນົງໃຈພ້ອມກັບສະມາຄົມມິດຕະພາບຫວຽດນາມ-ກູບາ ປະກອບສ່ວນບໍ່ແມ່ນໜ້ອຍໃນການຊຸກຍູ້ຄວາມເຂົ້າອົກເຂົ້າໃຈ, ການຮ່ວມມື ແລະເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບຢ່າງເລິກເຊິ່ງ ເຂັ້ມຂຸ້ນລະຫວ່າງປະຊາຊົນສອງປະເທດຫວຽດນາມ-ກູບາ. ໃນປີ 2018, VUFO ພ້ອມກັບສະມາຄົມມິດຕະພາບຫວຽດນາມ-ກູບາ ມີແຜນການຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຕື່ມອີກຄືການພົບປະແລກປ່ຽນວັດທະນະທໍາ, ເສດຖະກິດ, ການສຶກສາ-ບໍາລຸງສ້າງ... ປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ກູບາ ເລິກເຊິ່ງກວ່າອີກ, ພ້ອມທັງຊ່ວຍວິສາຫະກິດສອງປະເທດມີກາລະໂອກາດແລກປ່ຽນບົດຮຽນ, ເປີດກວາງການຮ່ວມມື.

 

ແປໂດຍ: ຫງວຽນກຸກ