ຕອນບ່າຍວັນທີ 11 ມັງກອນ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ John Kerry ອະດີດລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານ John Kerry ເຂົ້າວິວັດການຊຸກຍູ້ການພົວພັນຫວຽດນາມ-ອາເມລິກາ ກໍ່ຄືີ ຕີລາຄາສູງບັນດາຂໍ້ສະເໜີຂອງທ່ານກ່ຽວກັບວິວັດການພັດທະນາດ້ານເສດຖະກິດ-ສັງຄົມຢູ່ຫວຽດນາມ ຄືຍູ້ແຮງການນຳໃຊ້ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ John Kerry ອະດີດລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ກໍ່ຕີລາຄາສູງບົດກ່າວປາໄສຂອງທ່ານ John Kerry ອະດີດລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ທີ່ເວທີປາໄສເສດຖະກິດຫວຽດນາມ ດ້ວຍຫົວຂໍ້ “ເສດຖະກິດເຕີບໂຕໄວ ແລະຍືນຍົງ: ບັນດາສິ່ງທ້າທາຍ ແລະ ກຳລັງໜູນໃໝ່”  ໄດ້ດຳເນີນໃນຕອນບ່າຍຂອງວັນດຽວກັນ. ເນັ້ນໜັກແຜນນະໂຍບາຍຂອງຫວຽດນາມ ກ່ຽວກັບການພັດທະນາພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າລັດຖະບານໄດ້ມີບັນດານະໂຍບາຍຊຸກຍູ້ຂົງເຂດດັ່ງກ່າວ. ໃນໄລຍະຜ່ານມາ, ຫຼາຍໂຄງການກ່ຽວກັບພະລັງງານຜະລິດຄືນໃໝ່ ຄື: ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນເຊິ່ງໄດ້ຮັບການຜັນຂະຫຍາຍຢູ່ຫວຽດນາມ. ໃນການພົວພັນກັບ ອາເມລິກາ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຫວຽດນາມ ກໍ່ປາດຖະໜາຢາກສ້າງຄວາມດຸ່ນດ່ຽງດ້ານການຄ້າກັບ ອາເມລິກາ.

ສະແດງຄວາມຂອບອົກຂອບໃຈບັນດາການຕີລາຄາຢ່າງຕັ້ງໜ້າຂອງທ່ານນາຍົກລັດຖະມົນຕີ, ທ່ານ John Kerry ສະແດງການຕີລາຄາສູງເວທີປາໄສເສດຖະກິດຫວຽດນາມ ດ້ວຍຜູ້ແທນ, ນັກຊ່ຽວຊານຢູ່ບັນດາເກັນອາຍຸແຕກຕ່າງກັນເຂົ້າຮ່ວມຫຼາຍຄົນ.

ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈກັບບັນຫາພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ທ່ານ John Kerry ໃຫ້ຮູ້ກ່ຽວກັບບາງການຄົ້ນຄ້ວາ, ໄຈ້ແຍກກ່ຽວກັບການນຳໃຊ້, ຂຸດຄົ້ນ, ພັດທະນາແຫຼ່ງພະລັງງານດັ່ງກ່າວຢູ່ ຫວຽດນາມ ກໍ່ຄືບັນດາວິທີການມີລັກສະນະບຸກທະລຸ, ເສດຖະກິດໃຫ້ຫວຽດນາມ.

ທ່ານ John Kerry ສະເໜີສ້າງຕັ້ງການຮ່ວມທຸລະກິດລະຫວ່າງຄູ່ຮ່ວມມື ອາເມລິກາ ແລະ ຝ່າຍຫວຽດນາມໃນການພັດທະນາແຫຼ່ງພະລັງງານສະອາດ.

 

ແປໂດຍ: ຮຸຍດົງ