ດ້ວຍຫົວຂໍ້ວ່າ “ແມ່ນ້ຳແຫ່ງສັນຕິພາບ ແລະພັດທະນາແບບຍືນຍົງຂອງພວກເຮົາ”, ກອງປະຊຸມຕີລາຄາ, ພາຍຫຼັງສອງປີແຫ່ງການການເຄື່ອນໄຫວ, ຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ໄດ້ມີບັນດາບາດກ້າວສໍາຄັນທັງກ່ຽວກັບການສ້າງກົນໄກເຄື່ອນໄຫວ ແລະການຜັນຂະຫຍາຍໂຄງການຢ່າງລະອຽດ.

ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ບັນດາການນຳຢືນຢັນຄືນໃໝ່ກ່ຽວກັບເປົ້າໝາຍສ້າງພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງສັນຕິພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງ ແລະວັດທະນາຖາວອນ; ເຫັນດີເປັນເອກະພາບ MLC ຄວນປະກອບສ່ວນເຂົ້າໃນວິວັດການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນຢ່າງຕັ້ງໜ້າກວ່າອີກ, ຮັດແຄບຊ່ອງຫວ່າງພັດທະນາລະຫວ່າງບັນດາປະເທດສະມາຊິກ ແລະໜູນຊ່ວຍສ້າງປະຊາຄົມອາຊຽນ...

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມງານ Gala Dinner ກອງປະຊຸມຂັ້ນສູງຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2, ໃນຕອນຄໍ່າວັນທີ 10 ມັງກອນ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາການນຳໄດ້ຮັບຮອງເອົາຖະແຫຼງການພະນົມເປັນ ແລະແຜນການດໍາເນີນງານ 5 ປີ MLC ໃນໄລຍະ 2018–2022 ດ້ວຍບັນດາກຳນົດທິດໃຫຍ່ ແລະບັນດາມາດຕະການຜັນຂະຫຍາຍການຮ່ວມມືໃນສາມເສົ້າຄ້ຳ ແມ່ນ: ຄວາມໝັ້ນຄົງ-ການເມືອງ; ເສດຖະກິດ ແລະພັດທະນາແບບຍືນຍົງ; ສັງຄົມ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນການຖືເປັນສຳຄັນ ແລະການປະກອບສ່ວນຂອງຫວຽດນາມ ເຂົ້າໃນການຮ່ວມມື MLC ໃນໄລຍະຜ່ານມາ. ກ່ຽວກັບການຮ່ວມມືໃນ 5 ປີຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຮ່ວມມືປ້ອງກັນ, ຄຸ້ມຄອງ ແລະນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ ແລະໝັ້ນຄົງ, ນຳການຮ່ວມມືດ້ານແຫຼ່ງນ້ຳກາຍເປັນຈຸດສຸມແຫ່ງການຮ່ວມມືລະຫວ່າງ 6 ປະເທດ.

ພ້ອມກັນນັ້ນແມ່ນການພັດທະນາລະບົບພື້ນຖານໂຄງລ່າງ ແລະເຊື່ອມຕໍ່ໃຫ້ສຳເລັດເພື່ອສ້າງຄວາມສະດວກໃຫ້ການຈໍລະຈອນສິນຄ້າ, ການບໍລິການ, ກະແສທຶນ ແລະການໄປມາຂອງປະຊາຊົນ. ໜູນຊ່ວຍບັນດາປະເທດແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ກຳ ແໜ້ນໂອກາດຈາກການປະຕິວັດອຸດສາຫະກຳ 4.0 ບົນພື້ນຖານ: ແບ່ງປັນບົດຮຽນ, ຄວາມຮູ້ ແລະເຕັກໂນໂລຢີເພື່ອຊຸກຍູ້ຫັນເປັນອຸດສາຫະກໍາຢູ່ບັນດາປະເທດສະມາຊິກ....

ບັນດາຂໍ້ສະເໜີ ແລະການປະກອບສ່ວນຂອງຄະນະຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ ແລະສະແດງໃຫ້ເຫັນໃນບັນດາເອກະສານຂອງກອງປະຊຸມ.

 

ແປໂດຍ: ເຈິ່ນຮວ່ຽນ