leftcenterrightdel
                             ບັນຍາກາດທີ່ກອງປະຊຸມໃຫຍ່. ພາຍ: ຢ້ຽວຖຸຍ

ຕອນເຊົ້າວັນທີ 10 ທັນວາ, ຢູ່ສູນກອງປະຊຸມແຫ່ງຊາດ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ຄັ້ງທີ XI, ອາຍຸການ 2017-2022 ໄດ້ດໍາເນີນວາລະປະຊຸມຄັ້ງທີໜຶ່ງພາຍໃຕ້ການເປັນປະທານຂອງທ່ານ ເລກວກຟອງ, ກໍາມະການສໍາຮອງຄະນະບໍລິຫານງານສູນກາງພັກ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ, ປະທານສະມາຄົມນັກສຶກສາຫວຽດນາມ.

leftcenterrightdel
ທ່ານເລກວກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ກ່າວປາໄສໄຂກອງປະຊຸມໃຫຍ່. ພາຍ: ຢ້ຽວຖຸຍ

ກ່າວຄໍາເຫັນໄຂວາລະປະຊຸມ, ທ່ານເລກວກຟອງ ຢັ້ງຢືນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ຄັ້ງທີ XI ແມ່ນເຫດການການເມືອງສໍາຄັນ, ແມ່ນວັນບຸນໃຫຍ່ຂອງໄວໜຸ່ມຫວຽດນາມ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ຄັ້ງທີ XI  ແມ່ນກອງປະຊຸມຂອງປະຈັນບານ, ຄຸນນະທາດ, ສາມັກຄີ, ຫົວຄິດປະດິດສ້າງ, ພັດທະນາ.

ກອງປະຊຸມໃຫຍ່ມີໜ້າທີ່ຕີລາຄາວຽກງານຊາວໜຸ່ມ ແລະຂະບວນການເຍົາວະຊົນ ອະນຸຊົນອາຍຸການ 2012-2017; ວາງເປົ້າໝາຍ, ໜ້າທີ່, ແກ້ໄຂວຽກງານຊາວໜຸ່ມ ແລະຂະບວນການເຍົາວະຊົນ ອະນຸຊົນອາຍຸການ 2017-2022; ປຶກສາຫາລື, ປະກອບຄໍາຄິດຄຳເຫັນກ່ຽວກັບກົດລະບຽບຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ປັບປຸງ, ເພີ່ມເຕີມກົດລະບຽບຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ; ເລືອກຕັ້ງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈິມິນ ຊຸດທີ XI.

ຕາງໜ້າຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ຊຸດທີ  X, ທ່ານຫງວຽນແມ້ງຢຸ໋ງ, ເລຂາຜູ້ປະຈໍາການສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ໄດ້ລາຍງານຮ່າງລາຍການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ຄັ້ງທີ XI.

leftcenterrightdel
ບັນດາຜູ້ແທນລົງມະຕິຮັບຮອງເອົາຜົນແຫ່ງການເລືອກຕັ້ງຄະນະປະທານ ແລະຮັບຮອງເອົາລາຍການກອງປະຊຸມໃຫຍ່; ກົດລະບຽບການເຮັດວຽກຂອງກອງປະຊຸມໃຫຍ່. ພາຍ: ຢ້ຽວຖຸຍ

ທີ່ກອງປະຊຸມໃຫຍ່, ຜູ້ແທນ 1000 ທ່ານທີ່ເຂົ້າຮ່ວມໄດ້ລົງມະຕິຮັບຮອງເອົາລາຍການກອງປະຊຸມໃຫຍ່; ກົດລະບຽບການເຮັດວຽກຂອງກອງປະຊຸມໃຫຍ່; ເລືອກຕັ້ງຄະນະປະທານ.

leftcenterrightdel
ບັນດາຜູ້ແທນກວດກາຂໍ້ມູນ ແລະອ່ານເອກະສານຜ່ານ App ຂອງກອງປະຊຸມໃຫຍ່. ພາຍ: ຢ້ຽວຖຸຍ

ຕາມລາຍການ, ຕອນບ່າຍວັນທີ 10 ທັນວາ, ກອງປະຊຸມໃຫຍ່ແບ່ງເປັນ 8 ໜ່ວຍເຂົ້າຮ່ວມເວທີປາໄສພົບປະ, ເຈລະຈາກັບລັດຖະມົນຕີ 8 ທ່ານໃນເວລາ 14 ໂມງ ວັນທີ 10 ທັນວາ 2017 ດ້ວຍຫົວຂໍ້າວ່າ: ເວທີປາໄສ “ໄວໜຸ່ມຫວຽດນາມ ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ປະດິດສ້າງເພື່ອການພັດທະນາໃນອະນາຄົດ” ຢູ່ກະຊວງສຶກສາ ແລະບໍາລຸງສ້າງ; ເວທີປາໄສ “ໄວໜຸ່ມກັບການເລີ່ມທຸລະກິດ, ວຽກເຮັດງານທໍາ” ຢູ່ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ; ເວທີປາໄສ “ໄວໜຸ່ມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່” ຢູ່ກະຊວງກະສິກໍາ ແລະພັດທະນາຊົນນະບົດ; ເວທີປາໄສ “ເສີມຂະຫຍາຍບົດບາດຊາວໜຸ່ມເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” ຢູ່ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ; ເວທີປາໄສກ່ຽວກັບ “ຊາວໜຸ່ມກັບວຽກງານຮັກສາ ແລະເສີມຂະຫຍາຍສີສັນວັດທະນະທໍາຂອງຊາດ” ຢູ່ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ; ເວທີປາໄສ “ໄວໜຸ່ມປະຈັນບານປ້ອງກັນປະເທດຫວຽດນາມ ສັງຄົມນິຍົມໃນສະພາບການໃໝ່” ຢູ່ກະຊວງປ້ອງກັນປະເທດ; ເວທີປາໄສ “ນະໂຍບາຍຊາວໜຸ່ມ” ຢູ່ກະຊວງພາຍໃນ; ເວທີປາໄສ “ຊຸກຍູ້ບົດບາດຂອງຊາວໜຸ່ມໃນຂົງເຂດວິທະຍາສາດ ແລະເຕັກໂນໂລຢີ, ເລີ່ມທຸລະກິດປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ” ຢູ່ກະຊວງວິທະຍາສາດ ແລະເຕັກໂນໂລຢີ.


ແປໂດຍ: ຫງວຽນກຸກ