ກອງປະຊຸມດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 500 ຄົນທີ່ມາຈາກ 83 ປະເທດ ແລະບັນດາອົງການຈັດຕັ້ງສາກົນ, ໃນນັ້ນມີລັດຖະມົນຕີກະຊວງປ້ອງກັນປະເທດ ກວ່າ 40 ຄົນ ແລະຫົວໜ້າກົມໃຫຍ່ເສນາທິການ ຫຼື ຜູ້ບັນຊາການປ້ອງກັນຊາດກວ່າ 30 ຄົນ. ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຟ້າມງອັກມິງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດເປັນຫົວໜ້າຄະນະ, ເຂົ້າຮ່ວມກອງປະຊຸມ.

leftcenterrightdel
ຫົວໜ້າຄະນະບັນດາປະເທດຖ່າຍຮູບເປັນທີ່ລະນຶກທີ່ກອງປະຊຸມ. ພາບ: ຫວຽດແອງ

ໃນວັນທີ 14 ພະຈິກ, ກອງປະຊຸມໄດ້ດຳເນີນສອງວາລະປຶກສາຫາລື “ໄວໜຸ່ມ, ບັນດາຜູ້ສ້າງສັນສັນຕິພາບ” ແລະ“ບົດບາດຂອງບັນດາຂົງເຂດເອກະຊົນໃນການສະກັດກັ້ນການປະທະກັນ”, ໃນນັ້ນໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງໄວໜຸ່ມສາກົນໃນການປະກອບສ່ວນເຂົ້າພາລະກຳສ້າງສັນສັນຕິພາບໂລກຢ່າງຕັ້ງໜ້າ, ຄືບັນດາຂໍ້ລິເລີ່ມທາງ ການທູດ, ການທະຫານເພື່ອແນໃສ່ສະກັດກັ້ນການປະທະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນໂດຍໄວ. ໃນວັນທີ 15 ພະຈິກ, ກອງປະຊຸມໄດ້ດຳເນີນການປຶກສາຫາລືບັນດາຄຳໝັ້ນສັນຍາກ່ຽວກັບການປົກປັກຮັກສາສັນຕິພາບຄື: ຄຳໝັ້ນສັນຍາສະຫຼາດ, ປ່ຽນແປງໃໝ່ໃນການບຳລຸງສ້າງ ແລະຍົກສູງກຳລັງຄວາມສາມາດ, ປົກປ້ອງສາມັນຊົນ ແລະເຕືອນໄພໄວ - ຜັນຂະຫຍາຍໄວ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຟ້າມງອັກມິງ ສະແດງຄຳໝັ້ນສັນຍາຂອງຫວຽດນາມກ່ຽວກັບບັນດາຫົວຂໍ້ປຶກສາຫາລືດັ່ງກ່າວ, ໃນນັ້ນເນັ້ນໜັກເຖິງເລື່ອງ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະຈັດສົ່ງໂຮງໝໍກາງສະໜາມ ຂັ້ນ 2 ທຳອິດ ເຖິງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ ສ.ຊູດັງໃຕ້ ໃນໄຕມາດ II-2018, ໃນນັ້ນ 13% ຈໍານວນທະຫານແມ່ນຜູ້ຍິງ ແລະກຽມພ້ອມຈັດສົ່ງກອງຊ່າງແສງປະສົມເຖິງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ໃນປີ 2019; ຫວຽດນາມປາດຖະໜາຢາກຈັດສົ່ງກອງຊ່າງແສງດັ່ງກ່າວ ເຖິງ ສ.ຊູດັງໃຕ້. ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະບຳລຸງສ້າງກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິ ພາບສະຫະປະຊາຊາດ ຖືກຕາມບັນດາຄວາມຮຽກຮ້ອງຕ້ອງການ, ມາດຕະຖານຂອງສະຫະປະຊາຊາດ ແລະເອົາໃຈໃສ່ເປັນພິເສດເຖິງການຝຶກແອບເນື້ອໃນຕ້ານການສວຍໃຊ້ ແລະຂູດຮີດທາງເພດສຳພັນ (SEA), ມີກົດບັງຄັບລົງໂທດຢ່າງເຂັ້ມງວດສຳລັບບັນດາບຸກຄົນລ່ວງລະເມີດ SEA ຢູ່ຄະນະປະຕິບັດງານສະຫະປະຊາຊາດ, ສົມ ທົບກັບສະຫະປະຊາຊາດໃນວຽກງານສືບສວນ ແລະໜູນຊ່ວຍຜູ້ປະສົບເຄາະຮ້າຍເປັນຢ່າງດີ.

leftcenterrightdel
ທ່ານພົນໂທ ຟ້າມງອັກມິງ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ Philippe Errera, ຫົວໜ້າກົມໃຫຍ່ນະໂຍບາຍຍຸດທະສາດ ແລະຮ່ວມມືສາກົນ-ກະຊວງປ້ອງກັນປະເທດຝລັ່ງ ພາຍຫຼັງການເຮັດວຽກສອງຝ່າຍ. ພາບ: ຫວຽດແອງ

ທ່ານຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາວ່າ, ໃນໄລຍະຈະມາເຖິງ, ເພື່ອຍົກສູງກຳລັງຄວາມສາມາດໃຫ້ຖັນແຖວພະນັກງານເຮັດວຽກໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ, ຫວຽດນາມ ຄາດຄະເນວ່າຈະສົມທົບກັບບັນດາປະເທດຄູ່ຮ່ວມມື, ບັນດາອົງການຈັດຕັ້ງສາກົນ ແລະສະຫະປະຊາຊາດຈັດຕັ້ງບັນດາຊຸດຝຶກອົບຮົມກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ ຕື່ມອີກ, ໃນນັ້ນຈັດສົ່ງພາກສ່ວນສິດສອນເຊິ່ງແມ່ນພະນັກງານມີປະສົບການຂອງຫວຽດນາມ. ສູ້ຊົນພາຍຫຼັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດເປັນເວລາ 5  ຫາ 6 ປີ, ຫວຽດນາມຈະມີຖັນແຖວຄູອາຈານມີປະສົບການ ແລະມີລະດັບການຝຶກແອບກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດໃຫ້ກຳລັງພາຍໃນ ແລະຕ່າງປະເທດຢ່າງຄົບຖ້ວນ.

ຢູ່ນອກກອງປະຊຸມ, ທ່ານພົນໂທ ຟ້າມງອັກມິງ ແລະຄະນະປະຕິບັດງານຂອງຫວຽດນາມ ໄດ້ມີບັນດາການພົບປະ, ເຮັດວຽກສອງຝ່າຍກັບຫົວໜ້າຄະນະບັນດາປະເທດ ການາດາ, ອັງກິດ, ຝລັ່ງ, ນິວຊີແລນ ແລະສ. ເກົາຫຼີ. ທີ່ບັນດາການພົບປະ, ທ່ານພົນໂທ ຟ້າມງອັກມິງ ຕີລາຄາສູງໝາກຜົນແຫ່ງການຮ່ວມມື, ໜູນຊ່ວຍຂອງບັນດາປະເທດໃນການຍົກສູງກຳລັງຄວາມສາມາດໃນການເຂົ້າຮ່ວມເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຂອງຫວຽດນາມ, ພິເສດແມ່ນສະໜັບສະໜູນຫວຽດນາມຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ທຳອິດ ເຖິງຄະນະຄະນະປະຕິບັດງານ ຢູ່ຊູດັງໃຕ້ ແທນທີ່ໃຫ້ໂຮງໝໍກາງສະໜາມຂັ້ນ 2 ຂອງອັງກິດໃນຕົ້ນໄຕມາດ II-2018.

 

ແປໂດຍ: ຮຸຍດົງ