ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວກຟຸກ ຢືນຢັນວ່າ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ. ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນພາລະກິດພັດທະນາເສດຖະກິດ - ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນ; ຢືນຢັນສືບຕໍ່ຖື ຫວຽດນາມ ແມ່ນໜຶ່ງໃນບັນດາເສົາຄໍ້າຂອງນະໂຍບາຍ “ການກະທໍາມຸ່ງໄປເຖິງທິດຕາເວັນອອກ” ຂອງ ອິນເດຍ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີອິນເດຍ Narendra Modi. ພາບ: TTXVN

ນາຍົກລັດຖະມົນຕີສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບບັນດາການພັດທະນາຢ່າງຕັ້ງໜ້າໃນການພົວພັນສອງປະເທດ, ເປັນຕົ້ນແມ່ນໃນປີມິດຕະພາບ ຫວຽດນາມ - ອິນເດຍ 2017 ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ  ແລະ 10 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະເປັນປີທໍາອິດທີ່ນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເຂົ້າສູ່ການຜັນຂະຫຍາຍດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງ ແລະມີຄວາມໝາຍ.

ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ຍູ້ແຮງການພົວພັນຮ່ວມມືສອງຝ່າຍ; ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ດ້ວຍເລື່ອງ ອິນເດຍ ເພີ່ມທະວີແບ່ງປັນເຕັກໂນໂລຢີ ແລະສະໜອງສິນເຊື່ອປ້ອງກັນຊາດໃຫ້ ຫວຽດນາມ. ກ່ຽວກັບເສດຖະກິດ - ການຄ້າ, ສອງຝ່າຍເຊື່ອໝັ້ນວ່າວົງເງິນການຄ້າຈະບັນລຸໄດ້ເປົ້າໝາຍ 15 ຕື້ໂດລາສະຫະລັດໃນປີ 2020.

ນາຍົກລັດຖະມົນຕີສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຫວຽດນາມ ສະໜັບສະໜູນນະໂຍບາຍ “ການກະທໍາມຸ່ງໄປເຖິງທິດຕາເວັນອອກ” ຂອງອິນເດຍ; ສະໜັບສະໜູນ ອິນເດຍ ຈະມີບົດບາດ, ທີ່ຕັ້ງສູງກວ່າຢູ່ພາກພື້ນ ແລະເພີ່ມທະວີຄູ່ຮ່ວມມືຍຸດທະສາດກັບອາຊຽນ. ສອງຝ່າຍຢືນຢັນວ່າ, ຈະສືບຕໍ່ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຢູ່ພາກພື້ນ ແລະສາກົນ.

ເມື່ອແລກປ່ຽນກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ, ນາຍົກລັດຖະມົນຕີີສອງທ່ານເຫັນດີເປັນເອກະພາບກ່ຽວກັບຄວາມສໍາຄັນຂອງເລື່ອງຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ປອດໄພ ແລະຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ເຊີດຊູເລື່ອງເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ເຄົາລົບບັນດາວິວັດທະນາການທາງການທູດ ແລະນິຕິກໍາ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

 

ແປໂດຍ: ເກື່ອງດັ້ງ