ທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮັບຊາບໂດຍສັງເຂບກ່ຽວກັບສະພາບການຂອງ ລາວ ໃນໄລຍະມໍ່ໆມານີ້, ໝາກຜົນແຫ່ງການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຢືນຢັນວ່າ ລັດຖະບານ ລາວ ຈະສົມທົບກັນຢ່າງແໜ້ນແຟ້ນກັບລັດຖະບານຫວຽດນາມ ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ແລະບັນດາເນື້ອໃນຂໍ້ຕົກລົງທີ່ກອງປະຊຸມຄັ້ງທີ 39 ຢ່າງມີປະສິດທິຜົນ ແລະກະກຽມບັນດາເນື້ອໃນໃຫ້ແກ່ກອງປະຊຸມຄັ້ງທີ 40 ຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືຫວຽດນາມ - ລາວ ເປັນຢ່າງດີ.

leftcenterrightdel
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ພາບ: vov.vn

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ແມ່ນກົງກັບໂອກາດທີ່ສອງປະເທດໄດ້ ແລະກໍາລັງຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ - ລາວ; ອວຍພອນບັນດາຜົນງານທີ່ສໍາຄັນເຊິ່ງ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າຫວຽດນາມ ສະໜັບສະໜູນຢ່າງແຮງ, ຮອບດ້ານສໍາລັບພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດລາວ; ເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳ, ນໍາພາຂອງພັກປະຊາຊົນປະຕິວັດລາວ, ການບໍລິຫານຂອງລັດຖະບານໂດຍທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະມົນຕີ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່, ໃຫຍ່ຫຼວງກວ່າເກົ່າໃນກິດຈະການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະແຜນພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ VIII ຢ່າງມີໄຊ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງສອງລັດຖະບານ ໃນໄລຍະຜ່ານມາ, ໝາກຜົນແຫ່ງການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງທ່ານ ແລະສະເໜີສອງລັດຖະບານສົມທົບກັນຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດເປັນເຈົ້າການຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາຖະແຫຼງການຮ່ວມຫວຽດນາມ - ລາວ, ບັນດາຂໍ້ຕົກລົງຂັ້ນສູງລະຫວ່າງການນໍາສອງພັກ, ສອງລັດ, ບັນດາສັນຍາຮ່ວມມືລະຫວ່າງສອງລັດຖະບານ ແລະບັນດາລາຍການ, ແຜນການຮ່ວມມືລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ. ສອງຝ່າຍລົງເລິກເຂົ້າໃນການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ - ສັງຄົມ ແລະບັນດາມາດຕະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ. ສອງລັດຖະບານ ສຸມໃສ່ຊອກຫາບັນດາມາດຕະການ, ວິທີການ, ແກ້ໄຂບັນດາຂໍ້ຕິດຂັດ ເພື່ອປະຕິບັດ, ຮັບປະກັນຄວາມຄືບໜ້າ ແລະຄຸນນະພາບບັນດາກິດຈະການໂຄງການ, ລົງທຶນຂອງຫວຽດນາມ ຢູ່ ລາວ; ເພີ່ມວົງເງິນການຄ້າສອງສົ້ນ, ໂດຍສະເພາະແມ່ນເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ໂຄງລ່າງຄົມມະນາຄົມ ແລະພະລັງງານ; ສ້າງການຫັນປ່ຽນຢ່າງຕັ້ງໜ້າ, ມີເນື້ອແທ້ກ່ຽວກັບດ້ານຄຸນນະພາບ, ປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ, ຕັ້ງໜ້າ, ເປັນເຈົ້າການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 40 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ. ສອງຝ່າຍສືບຕໍ່ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ ເປັນຢ່າງດີ.

ໃນວັນດຽວກັນ, ທີ່ສໍານັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການຕ້ອນຮັບທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງສປປ ລາວ ຢ່າງສົມກຽດ.

ແລກປ່ຽນກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່ຽວກັບການພົວພັນຫວຽດນາມ - ລາວ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ເນັ້ນໜັກວ່າ, ປີ 2017 ມີຄວາມໝາຍພິເສດສຳລັບການພົວພັນສອງປະເທດ, ບັນດາການຢ້ຽມຢາມຂອງການນໍາຂັ້ນສູງແມ່ນໂອກາດເພື່ອໃຫ້ສອງຝ່າຍແບ່ງປັນຄວາມເບີກບານມ່ວນຊື່ນຕໍ່ບັນດາຜົນງານຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດເຊິ່ງບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດສູງສຸດແກ່ການປົກປັກຮັກສາ ແລະພັດທະນາຄວາມສາມັກຄີແບບພິເສດຫວຽດນາມ - ລາວ; ຢັ້ງຢືນວ່າຫວຽດນາມ ຍາມໃດກໍ່ສະໜັບສະໜູນກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດລາວ.

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຂອບໃຈພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງ ຢ່າງຈິງໃຈທີ່ໄດ້ສະຫງວນໃຫ້ແກ່ບັນດາການນໍາຂັ້ນສູງຂອງຫວຽດນາມ, ໃນນັ້ນມີທ່ານປະທານປະເທດເອງ, ບັນດາລາງວັນອັນສູງສົ່ງຂອງລັດແຫ່ງ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງບັນດາວັນບຸນສໍາຄັນຂອງສອງປະເທດ. ຕາງໜ້າລັດ ແລະປະຊາຊົນຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ອວຍພອນທ່ານ ທອງລຸນ ສີສຸລິດ ເປັນກຽດໄດ້ຮັບຫຼຽນໄຊດາວຄຳເຊິ່ງເປັນລາງວັນສູງສົ່ງທີ່ສຸດຂອງລັດ ຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ, ອວຍພອນສຸຂະພາບເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະບັນດາການນໍາຂັ້ນສູງພັກ, ລັດ ລາວ; ເຊີນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມພິທີອັດ, ສະຫຼຸບປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2017.

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາຢ້ຽມຢາມຖາມຂ່າວ, ອວຍພອນສຸຂະພາບຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ເຖິງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ; ພ້ອມທັງແຈ້ງວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນເດືອນທັນວາຈະມາເຖິງ ແລະເຂົ້າຮ່ວມພິທີອັດ, ສະຫຼຸບປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2017. ການນໍາພັກ, ລັດ ແລະປະຊາຊົນ ລາວ ອ້າຍນ້ອງ ກໍ່ມີຄວາມຮັບຮູ້ລວມກ່ຽວກັບຄວາມສໍາຄັນຂອງ ປີ 2017, ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ໄດ້ຮັບການຈັດຕັ້ງຢ່າງອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ຍົກອອກຄວາມໝາຍສໍາຄັນຂອງການພົວພັນແບບພິເສດລາວ - ຫວຽດນາມ.

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ, ບົນຖານະເປັນປະເທດເຈົ້າພາບຂອງ ປີ APEC 2017, ຫວຽດນາມ ໄດ້ສົ່ງຄໍາເຊີນ ລາວ, ກໍາປູເຈຍ, ມຽນມາ ເຂົ້າຮ່ວມສັບປະດາຂັ້ນສູງ APEC 2017 ຈະມາເຖິງໃນຖານະເປັນພື້ນຖານເສດຖະກິດແຂກຖືກເຊີນ. ຜ່ານທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ທ່ານປະທານປະເທດຫວຽດນາມ ເຊີນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ເຂົ້າຮ່ວມສັບປະດາຂັ້ນສູງ APEC ໃນຖານະເປັນຜູ້ນໍາພື້ນຖານເສດຖະກິດແຂກຖືກເຊີນ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ອວຍພອນຫວຽດນາມ ໃນຖານະເປັນປະເທດເຈົ້າພາບປີ APEC 2017; ເຊື່ອໝັ້ນວ່າດ້ວຍບັນດາບົດຮຽນໃນການຈັດຕັ້ງບັນດາເຫດການສາກົນ, ຫວຽດນາມ ຈະຈັດຕັ້ງບັນດາເຫດການຂອງປີ APEC 2017 ສໍາເລັດຜົນ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແຈ້ງວ່າ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຮັບຄໍາເຊີນເຂົ້າຮ່ວມສັບປະດາຂັ້ນສູງ APEC 2017 ດ້ວຍຄວາມພາກພູມໃຈທີ່ສຸດ...

 

ແປໂດຍ: ຮວ່າງເຈື່ອງ